ກະຊວງສຶກສາຯ ຈະປັບປຸງຄຸນນະພາບ ແລະ ສະໜອງ
ຄູເຂດຫ່າງໄກສອກຫລີກ ໃຫ້ໄດ້ຕາມຄວາມຕ້ອງການ 
ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຊີ້ແຈ້ງບັນຫາຕໍ່ ກອງປະຊຸມສະພາໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ VIII ນີ້ວ່າ: ເພື່ອຮັບປະກັນການຕອບສະ ໜອງຄູ ໃຫ້ບັນລຸຕາມຄວາມຕ້ອງການ ໂດຍສະເພາະແມ່ນ ຄູທີ່ຢູ່ເຂດຫ່າງໄກສອກຫລີກໃຫ້ພຽງພໍ ແນໃສ່ ຮັບປະກັນ ການສະໜອງຄຸນນະພາບການຮຽນຮູ້ ໃຫ້ແກ່ນັກຮຽນທຸກຄົນນັ້ນ ກະຊວງສຶກສາທິການ ແລະ ກິລາ ໄດ້ວາງມາດຕະການວິທີແກ້ໄຂ ໂດຍການຄົ້ນຄ້ວາມາດຖານ ແລະ ວິທີການຊັບຊ້ອນ ບັນຈຸຄູ, ຈັດສັນຄູສອນ ຊັ້ນລ້ຽງເດັກ-ອະນຸບານ ແລະ ຊັ້ນປະຖົມສຶກສາຄືນໃໝ່, ວາງແຜນ ແລະ ຄຸ້ມຄອງກ່ຽວກັບ ຄວາມຕ້ອງການຄູ ແລະ ການສະໜອງຄູ ໃຫ້ມີການປະສານງານເປັນຢ່າງດີ ໂດຍຈະກໍານົດຄວາມຕ້ອງການຄູ ເຊິ່ງເລີ່ມຈາກຂັ້ນ ໂຮງຮຽນ ຂຶ້ນມາຢ່າງໜ້ອຍໃນທຸກໆສອງປີ.
ທ່ານລັດຖະມົນຕີຍັງກ່າວຕື່ມວ່າ: ຈະຈັດຝຶກອົບຮົມໃຫ້ແກ່ຜູ້ບໍລິຫານການສຶກສາຂັ້ນແຂວງ, ຂັ້ນເມືອງ ແລະ ໂຮງຮຽນ ກ່ຽວກັບການເກັບກໍາຂໍ້ມູນການສຶກສາພາຍໃນບ້ານ ເພື່ອສະໜັບສະໜູນ ໃຫ້ແກ່ການກະກຽມວາງ ແຜນ ຄວາມຕ້ອງການຄູ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ຜູ້ບໍລິຫານໂຮງຮຽນ ໃນການບໍລິຫານ–ຄຸ້ມຄອງ ໂຮງຮຽນໃຫ້ດີຂຶ້ນ, ສ້າງ ແລະ ປັບປຸງນິຕິກໍາຕ່າງໆ ທີ່ກ່ຽວຂ້ອງ ກັບການຄຸ້ມຄອງບໍລິຫານ ການສຶກສາຊັ້ນ ປະຖົມ ແລະ ມັດທະຍົມສຶກສາ, ປັບປຸງວຽກງານບໍລິຫານ ແລະ ຄຸ້ມຄອງໂຮງຮຽນ ໂດຍຖືເອົາການບໍລິຫານ- ຄຸ້ມຄອງໂຮງຮຽນ ເປັນຫລັກ ເລີ່ມຕົ້ນຈາກການ ສ້າງຄວາມເຂັ້ມແຂງ ໃຫ້ແກ່ຜູ້ອໍານວຍການໂຮງຮຽນ, ນໍາໃຊ້ ລະບົບໄອຊີທີ ເພື່ອຍົກສູງປະສິດທິພາບໃນການ ບໍລິຫານ–ຄຸ້ມຄອງໂຮງຮຽນ, ສ້າງເງື່ອນໄຂໃຫ້ຄູສຶກສານິເທດ ໄດ້ລົງຕິດຕາມ ແລະ ຊ່ວຍເຫລືອຄູພາຍໃນໂຮງຮຽນ ເພື່ອໃຫ້ຜູ້ອໍານວຍການໂຮງຮຽນ ໄດ້ມີເວລາສຸມໃສ່ ປັບປຸງການບໍລິຫານ ຄຸ້ມຄອງໂຮງຮຽນໃຫ້ຫລາຍຂຶ້ນ. ຂ່າວຈາກ: http://www.laopost.com/2016/11/03/75033 |